ກະຊວງ ກະສິກຳ ແລະ ປ່າໄມ້

ກົມປ່າໄມ້, ພະແນກ ຄຸ້ມຄອງປ່າສະຫງວນ

ບັນຊີ ແລະ ປະເພດສັດນໍ້າ-ສັດປ່າຢູ່ໃນ ສປປ ລາວ

ສັດນໍ້າ ແມ່ນ ສັດທຸກສະຊິດ ທີ່ເກີດ ແລະ ຂະຫຍາຍຕົວ ຢູ່ໃນນໍ້າ ທໍາມະຊາດ ຫຼື ຖືກນໍາເອົາມາຈາກທໍາມະຊາດ ມາລ້ຽງ ເຊັ່ນ: ປ່າຂ່າ, ປາບຶກ, ປາເລີມ ແລະ ອື່ນໆ.

ສັດປ່າ ແມ່ນ ສັດທຸກຊະນິດທີ່ເກີດ ແລະ ຂະຫຍາຍຕົວ ຢູ່ໃນນໍາທໍາມະຊາດ ຫຼື ຖືກນໍາເອົາຈາກ ທໍາມະຊາດມາລ້ຽງ  ເຊັ່ນ: ຊ້າງ, ເສືອ, ຫມີ, ກວາງ, ຟານ, ລີງ, , ນົກ ແລະ ອື່ນໆ ສັດເຄິ່ງບົກເຄິ່ງນ້ຳ ເປັນທັງສັດນ້ໍາ ແລະ ສັດປ່າ ເຊັ່ນ: ແຂ້, ເຕົ່າ ແລະ ອື່ນໆ.

ຄວາມຮູ້ທົ່ວໄປ

ຄວາມໝາຍ ແລະ ຄວາມສຳຄັນຂອງສັດປ່າ-ສັດນ້ຳ

1.ຄວາມໝາຍ

ສັດນ້ຳ ແລະ ສັດປ່າໝາຍເຖິງສັດທີ່ມີ ກະດູກສັນຫຼັງທີ່ອາໃສສາຍນ້ຳ ແລະ ປ່າເປັນຖິ່ນກຳເນີດ ແລະ ຊອກຢູ່ຫາກິນເຊິ່ງໄດ້ແກ່ສັດນ້ຳ, ສັດບົກ, ສັດເຄິ່ງບົກ-ເຄິ່ງນ້ຳ, ນົກ ແລະ ສັດລ້ຽງລູກດ້ວຍນ້ຳນົມທຸກຊະນິດ. ສັດນ້ຳ ແລະ ສັດປ່ານັບວ່າເປັນຊັບພະຍາກອນທຳມະຊາດທີ່ມະນຸດເຮົາໄດ້ເພິ່ງພາອາໄສນຳມາໃຊ້ເປັນອາຫານ, ຢາປິ່ນປົວພະຍາດ ແລະ ເຄື່ອງນຸ່ງຫົ່ມມາແຕ່ອະດີດນະການ ເຊິ່ງຈັດວ່າເປັນຊັຍພະຍາກອນທີ່ໃຊ້ແລ້ວບໍ່ສິ້ນເປືອງຖ້າຫາກວ່າມີການຈັດການຢ່າງຖືກຕ້ອງ. ປະເທດເຮົາໃນສະໄໝກ່ອນມີສັດນ້ຳ ແລະ ສັດປ່າອາໄສຢູ່ຢ່າງຫຼວງຫຼາຍລວມທັງສັດບາງຊະນິດທີ່ສວຍງາມ ແລະ ຊອກຫາຍາກໃນໂລກນີ້ເຊັ່ນ: ປາຂ່າ, ປ່າບຶກ, ປາໄຫຼໄຟຟ້າ, ປາກວາງ, ປາເລີມ, ປາເສືອ, ປາແມວ, ປາຝາໄລ, ປາຕີນ, ແຮດ, ກະທິງ, ງົວບາເປັນຕົ້ນຕໍ.

2.ຄວາມສຳຄັນ

ສັດນ້ຳ ແລະ ສັດປ່າເປັນຊັບພະຍາກອນທຳມະຊາດທີ່ມະນຸດນຳມາໃຊ້ເປະໂຫຍດຕັ້ງແຕ່ມະນຸດເລີ່ມປະກົດມາເທິງໂລກ ດັ່ງທີ່ເຫັນໄດ້ວ່າອາຊີບດັ້ງເດີມຂອງມະນຸດໃນສະໄໝດຶກດຳບັນຄືການເກັບເຄື່ອງປ່າຂອງດົງ, ລ່າສັດ ແລະ ຈັບປາເປັນຕົ້ນຕໍເຖິງວ່າມະນຸດຈະມີອາຊີບໃໝ່ໆປະກົດຂຶ້ນມາ ແຕ່ຄວາມສຳຄັນຂອງສັດນ້ຳ ແລະ ສັດປ່າກໍບໍ່ໄດ້ຫຼຸດໜ້ອຍຖ້ອຍລົງຢ່າງໃດປະໂຫຍດທີ່ສຳຄັນຂອງສັດນ້ຳ ແລະ ສັດປ່າທີ່ນຳມາກ່າວມີຄື:

+ປະໂຫຍດທາງດ້ານເສດຖະກິດ.

+ປະໂຫຍດທາງດ້ານວິຊາການ.

+ປະໂຫຍດທາງດ້ານການພັກຜ່ອນຢ່ອນໃຈ.

+ການໃຊ້ເປັນອາຫານ.

+ໃຊ້ເປັນເຄື່ອງປະດັບຕົກແຕ່ງບ້ານເຮືອນ.

+ຊ່ວຍກຳຈັດສັດຕູພືດ.

+ຊ່ວຍທຳລາຍສັດຄູປ່າໄມ້.

+ຊ່ວຍກະຈາຍພັນພືດ.

+ເພີ່ມຄວາມອຸດົມສົມບູນໃກ້ແກ່ດິນ.

ນິຍາມຂອງສັດນ້ຳ ແລະ ສັດປ່າ

1.ປະເພດຂອງສັດນ້ຳ ແລະ ສັດປ່າ.

ສັດນ້ຳ ແລະ ສັດປ່າໃນ ສປປ ລາວແບ່ງເປັນ 3 ປະເພດດັ່ງນີ້:

  1. ສັດນ້ຳ ແລະ ສັດປ່າປະເພດຫວງຫ້າມ: ກຳນົດໄວ້ໃນບັນຊີ I ແມ່ນສັດປະເພດຫາຍາກ, ໃກ້ຈະສູນພັນ, ມີຄ່າສູງ ແລະ ມີຄວາມສຳຄັນເປັນພິເສດຕໍ່ການພັດທະນາເສດຖະກິດ-ສັງຄົມ, ສິ່ງແວດລ້ອມ ແລະ ການສຶກສາຄົ້ນຄ້ວາທາງວິທະຍາສາດ.
  2. ສັດນ້ຳ ແລະ ສັດປ່າປະເພດຄຸ້ມຄອງ: ກຳນົດໄວ້ໃນບັນຊີ II  ແມ່ນສັດນ້ຳ ແລະ ສັດປ່າທີມີຄຸນປະໂຫຍດທາງດ້າຍເສດຖະກິດ-ສັງຄົມ, ສິ່ງແວດລ້ອມ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ການສຶກສາຄົ້ນຄ້ວາທາງດ້ານວິທະຍາສາດ.
  3. ສັດນ້ຳ ແລະ ສັດປ່າປະເພດທົ່ວໂປ: ກຳນົດໄວ້ໃນບັນຊີ III ແມ່ນສັດນ້ຳ ແລະ ສັດປ່າທີ່ສາມາດຂະຫຍາຍພັນໄດ້ຕາມທຳມະຊາດຢ່າງກ້ວາງຂວາງເຊິ່ງມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ, ສິ່ງແວດລ້ອມ ແລະ ການສຶກສາຄົ້ນຄ້ວາທາງດ້ານວິທະຍາສາດ.

ການອະນຸລັກສັດນ້ຳ ແລະ ສັດປ່າ

1.ຫຼັກການຈັດສັນ ແລະ ອະນຸລັກສັດນ້ຳສັດປ່າ.

ການອະນຸລັກຊັບພະຍາກອນສັດປ່າຈຶ່ງຄວນມີຫຼັກການດຳເນີນວຽກງານດັ່ງນີ້:

  • ການປ້ອງກັນເພື່ອໃຫ້ສັດປ່າຢູ່ຕະຫຼອດໄປ: ນັບວ່າເປັນສິ່ງສຳຄັນສຳລັບການຈັດສັນປ່າເພາະຖ້າຫາກຄຸ້ມຄອງສັດປ່າຊະນິດຕ່າງໆໄວ້ໄດ້ແລ້ວເຮົາຈຶ່ງສາມາດດຳເນີນການຈັດສັນປ່າໃຫ້ເກີດຜົນດີໄດ້.
  • ການອະນຸລັກບ່ອນຢູ່ອາໄສ, ແຫຼ່ງ ແລະ ອາຫານ: ໝາຍເຖິງການປ້ອງກັນ, ການບໄວລະບັັດຮັກສາ ແລະ ການປັບປຸງບ່ອນຢູ່ອາໄສ, ແຫຼ່ງນ້ຳ ແລະ ອາຫານສັດປ່າໃຫ້ຢູ່ສະພາບທີ່ດີເພື່ອສ້າງຜົນປະໂຫຍດແກ່ສັດປ່າໃຫ້ໄດ້ຫຼາຍທີ່ສຸດ.
  • ການຄົ້ນຄ້ວາທາງດ້ານວິຊາການ: ຖືວ່າເປັນພື້ນຖານໃນການຈັດສັນປ່າເພື່ອຈະໄດ້ນຳເອົາຜົນການຄົ້ນຄ້ວາວິໄຈໄປນຳໃຊ້ໃນການຈັດສັນປ່າໃນອານາຄົດເຮັດໃຫ້ສັດປ່າມີຈຳນວນເພີ່ມຂຶ້ນ.
  • ການໃຊ້ປະໂຫຍດຈາກສັດປ່າ:​ ນອກຈາກການຮັກສາສັດປ່າໄວ້ໃຫ້ໝັ້ນຄົງແລ້ວເຮົາກໍຕ້ອງຮູ້ໃຊ້ປະໂຫຍດຈາກສັດປ່າໃຫ້ຫຼາບເທົ່າທີ່ຈະຫຼາຍໄດ້ໂດຍບໍ່ໃຫ້ເກີດຄວາມເສຍຫາຍແກ່ຊັບພະຍາກອນດັ່ງກ່າວອີກດ້ວຍເຊັ່ນ: ຈັັດສະຖານທີ່ບ່ອນທ່ຽວຊົມສັດປ່າໃຫ້ເປັນບ່ອນພັກຜ່ອນແກ່ສັງຄົມ ຫຼື ສຶກສາຫາຄວາມຮູ້,  ຖ້າຫາກມິສັດປ່າຫຼາຍກໍຄວນມີການອະນຸຍາດໃຫ້ລ່າສັດແບບຖືກຕ້ອງມີຫຼັກການ, ມີລະບຽບຄັກແນ່ ແລະ ມີພະນັກງງານຄຸ້ມຄອງ.

2. ລະບົບນິເວດຂອງສັດນ້ຳ ແລະ ສັດປ່າ.

2.1 ລະບົບນິເວດທາງດ້ານປ່າໄມ້.

     ລະບົບນິເວດປ່າໄມ້ແມ່ນລະບົບໜຶ່ງທີ່ມີສາຍພົວພັນລະຫວ່າງສິ່ງທີ່ມີຊີວິດ ແະ ສິ່ງບໍ່ມີຊີວິດທີ່ດຳລົງຄົງຕົວຢູ່ຕາມທຳມະຊາດ,​ລະບົບນິເວດປ່າໄມ້ຍັງມີຊັບພະຍາກອນທຳມະຊາດອັນລ້ຳຄ່າ, ທີ່ມີລະບົບນິເວດນິເວດສະເພາະເຊິ່ງປະກອບດ້ວຍຊີວະນາໆພັນ, ເຄື່ອງປ່າຂອງດົງ, ແຫຼ່ງນ້ຳ ແລະ ທີ່ດິນປ່າໄມ້ອີກດ້ວຍ.

ສັດແຕ່ລະຊະນິດ ແມ່ນມີລະບົບນິເວດໃນການດຳລົງຊີວິດທີ່ແຕກຕ່າງກັນເຊັ່ນ: ຈຳພວກທີ່ດຳລົງຊີວິດຢູ່ໃຮຖ້ຳ, ໃນຮູ, ໃນໂກນໄມ້, ໃນຮາງ ແລະ ບ່ອນອື່ນໆ ເຊິ່ງມີວິຖີຊີວິດການຊອກຫາກິນທີ່ແຕກຕ່າງກັນຄື: ຊະນິດທີ່ຫາກິນຕາມກາງຄືນ, ກາງເວັນ ແລະ ທັງກາງເວັນກາງຄືນອີກດ້ວຍ ລັກສະນະພື້ນທີ່ໃນການຫາກິນຂອງສັດປ່າສ່ວນຫຼາຍແລ້ວເປັນປູ່ງ, ເຂດດິນທາມ ແລະ ດິນເຄັມ, ເຂດທົ່ງຫຍ້າ ແລະ ເຂດອື່ນໆອີກ.

2.2 ລະບົບນິເວດທາງດ້ານແຫຼ່ງນ້ຳ.

     ນ້ຳ ຫຼື ສາຍນ້ຳແມ່ນຊັບພະຍາກອນທຳມະຊາດຊະນິດໜຶ່ງທີ່ເປັນທາດແຫຼວເຊິ່ງແມ່ນຊັບພະຍາກອນຕົ້ນຕໍ ແລະ ພື້ນຖານກ່ອນໝູ່ໃນບັຍດາຊັບພະຍາກອນແຫຼ່ງນ້ຳ. ຊັບພະຍາກອນແຫຼ່ງນ້ຳເຊິ່ງປະກອບດ້ວຍສິ່ງທີ່ມີຊີວິດ ຫຼື ບໍ່ມີຊີວິດຢູ່ໃນນ້ຳເຊັ່ນ: ພືດ, ສັດນ້ຳ, ຫີນ, ຫີນແຮ່, ຊາຍ, ຕົມ, ແຮ່ທາດ ແລະ ອື່ນໆ. ລະບົບນິເວດແຫຼ່ງນ້ຳຕ້ອງເປັນລະບົບທີ່ປອດໃສ, ມີຊ່ອງວ່າງອາກາດສູງ, ມີປະລິມານມວຍທາດຊີວະພາບຫຼາຍ, ມີອາຫານທີ່ອຸດົມສົມບູນມີທີ່ວ່າງເພື່ອລີ້ໄພ ແລະ ແຜ່ພັນ.

ການສຳຫຼວດສັດປ່າ

1.​ ນິຍາມຂອງການສຳຫຼວດສັດປ່າ.

ການສຳຫຼວດໝາຍເຖິງການສຶກສາ ແລະ ເກັບຂໍ້ມູນທີ່ຕ້ອງການຮູ້ດ້ວຍວິທີການຕ່າງໆໂດຍທາງກົງ ແລະ ທາງອ້ອມຄື:

  • ເພື່ອຄິດໄລ່ຂະໜາດປະຊາກອນ (Estimatingpopulationsize): ຈຸດປະສົງເພື່ອຄິດໄລ່ຈຳນວນສັດປ່າໃນເນື່ອທີ່ໃດໜຶ່ງ ຫຼື ຂະໜາດຂອງປະຊາກອນທັງໝົດ.
  • ກນຕິດຕາມການປ່ຽນແປງຂອງປະຊາກອນ (Monitoring population changes): ຈຸດປະສົງເພື່ອພິຈາລະນາເບິ່ງປະຊາກອນ, ຂະໜາດປະຊາກອນມີການປ່ຽນແປງຫຼາຍປານໃດ. ມັນແມ່ນການຕິດຕາມເບິ່ງໂຊກຊາຕາຂອງຊະນິດພັນທີ່ອານຸລັກໃດໜຶ່ງ. ດັ່ງນັ້ນ, ຈຶ່ງຄິດໄລ່ເບິ່ງປະຊາກອນວ່າມີນ້ອຍ-ຫຼາຍປານໃດ.
  • ເພື່ອເບິ່ງຄວາມຕ້ອງການທາງຖິ່ນອາໄສຂອງຊະນິດພັນໃດໜຶ່ງ (Determining habitatre quirement of a species): ເພື່ອພະຈາລະນາເຖິງຄວາມຕ້ອງການຖິ່ນອາໄສຂອງຊະນິດພັນໃດໜຶ່ງບັຍຫານີ້ອາດຈະບໍ່ຈຳເປັນຮູ້ເຖິງຂະໜາດປະຊາກອນແທ້ຈິງກໍໄດ້ ແລະ ອາດຊະໃຊ້ຈຳນວນສຳພັນເພື່ອເປປັນຂໍ້ມູນກໍໄດ້.
  • ເພື່ອພິຈາລະນາເຖິງວ່າເປັນຫຍັງປະຊາກອນຈຶ່ງຫຼຸດລົງ (Determining why species havedecliced):  ເພື່ອເຮັດໂຄງການຄົ້ນຫາສາເຫດການຫຼຸດລົງຂອງປະຊາກອນສັດປ່າ ແລະ ຫຼຸດຜ່ອນການພຶ່ງພາອາໄສຊັບພະຍາກອນທຳມະຊາດໃຫ້ຫຼາຍຂຶ້ນ.
  • ເພື່ອຕິດຕາມກວດກາຈັດສັນຖິ່ນອາໄສ (Monitoring habitat management): ເພຶ່ອເບິ່ງຄວາມເໝາະສົມຂອງຖິ່ນອາໄສຕໍ່ກັບຊະນິດພັນໃດໜຶ່ງ.
  • ເພື່ອເບິ່ງກນເຄື່ອນໄຫວຂອງປະຊາກອນ(Population dynamics): ເພື່ອເບິ່ງວ່າເປັຍຫຍັງປະຊາກອນຈຶ່ງຂື້ນໆລົງໆ.

2.ສາເຫດທີ່ພາໃຫ້ມີການສຳຫຼວດສັດປ່າ.

ເຫດຜົນຕົ້ນຕໍແມ່ນເພື່ອແນໃສ່ຈັດສັນ ແລະ ຂຶ້ນສຳມະໂນໃຫ້ຮູ້ເຖິງປະລິມານທາງດ້ານ: ຊະນິດພັນຈຳນວນ ແລະ ຂໍ້ມູນອື່ນໆທີ່ກ່ຽວຂ້ອງຕື່ມອີກ.

ການສຳຫຼວດຫາແຕ່ລະຊະນິດພັນສັດນ້ຳ-ສັດປ່າ ທີ່ດຳລົງຊີວິດຢູ່ໃນພື້ນທີ່ໃດໜຶ່ງເພື່ອໃຫ້ຮູ້ວ່າພື້ນທີ່ນັ້ນມີສັດນ້ຳ-ສັດປ່າຈັກຊະນິດ, ປະຊາກອນໜ້ອຍຫຼາຍປານໃດ ມີຈຳນວນສັດທີ່ຄວນສະຫງວນໄວ້ເທົ່າໃດ ແລະ ອື່ນໆອີກ. ດັ່ງນັ້ນ, ຖ້າຢາກຮູ້ຂໍ້ມູນທີ່ກ່າວມານັ້ນຕ້ອງໄດ້ດຳເນີນການສຳຫຼວດກວດກາ ເຊິ່ງນັກສຳຫຼວດຕ້ອງເປັນຜູ້ທີ່ມີຄວາມຮູ້ຄວາມສາມາດໃນວຽກງານດັ່ງກ່າວ
ນັກສຳຫຼວດຕ້ອງເອົາໃຈໃສ່ຕໍ່ຂໍ້ຄວນລະວັງດັ່ງນີ້:
1. ຕ້ອງໄປຄົນດຽງ ຫຼື ບໍ່ເກີນ3ຄົນ
2. ຍ່າງຊ້າໆ ຫຼື ດບົາໆ ( 500 m – 1000m /ຊົ່ວໂມງ) ແລະ ຫ້າມໃຊ້ສຽງດັງ
3. ຢຸດ ແລະ ຟັງສຽງຢ່າງສະໝ່ຳສະເໝີ

4.ຕ້ອງຢູ່ໃນທິດທາງກົງກັນຂ້າມກັບທິດທາງລົມ
5.ຫ້າມສູບຢາ ແລະ ຫ້າມນຸ່ງເຄື່ອງສີແຈ້ງເກີນໄປ
6.ຫ້າມໃຊ້ວິທະຍຸ
7.ຫ້າມໃຊ້ປືນ
8.ຖ້າຈຳເປັນຕ້ອງຕັ້ງແຄັມ ຕ້ອງໃຫ້ຮ່າງຈາກບ່ອນສຳຫຼວດພໍປະມານ
9.ຫ້າມໃຊ້ເສັ້ນທາງທີ່ຜູ້ອື່ນສ້າງ ຫຼື ນຳໃຊ້, ໂດຍສະເພາະເສັ້ນທາງທີ່ໃຊ້ລ່າສັດ ຫຼື ທາງຊັກລ້າງເກົ່າ

ພາບລວມຂອງວຽກງານການຄຸ້ມຄອງປ່າສະຫງວນ

1.ພາກສະເໜີກ່ຽວກັບການຄຸ້ມຄອງປ່າສະຫງວນ.

ລະບົບປ່າສະຫງວນໃນທົ່ວໂລກປະຈຸບັນໄດ້ປົກປັກຮັກສາພື້ນທີເກືອບ 105,000 ເຂດກວມເອົາເນື່ອທີ່ຫຼາຍກວ່າ 20 ລ້ານກິໂລຕາແມັດ ຫຼື ປະມານ 12.2% ຂອງເນື້ອທີ່ດິນທົ່ວໂລກ. ປ່າສະຫງວນສ່ວນໃຫຍ່ໃນທົ່ວໂລກແມ່ນພື້ນທີ່ດິນ, ສ່ວນພື້ນທີ່ສະຫງວນທາງທະເລແມ່ນຢູ່ປະມານ 2 ລ້ານກິໂລຕາແມັດ, ເຊິ່ງກວມເອົາພຽງ 0.5 % ຂອງມະຫາສະໝຸດໃນທົ່ວໂລກ.

ເນື້ອທີ່ປ່າໄມ້ທີ່ຂ້ອນຂ້າງອຸດົມສົມບູນ ແລະ ມີລະດັບຄວາມໜາແໜ້ນຂອງຊັນເຮືອນຍອດປົກຄຸມຫຼສຍກ່ວາ 20% ຂຶ້ນໄປກວມປະມານ 41.5% ເທົ່າກັບ 9,624,700 ເຮັກຕາ ຂອງເນື້ອທີທົ່ວປະເທດ(ກະຊວງກະສິກຳ ແລະ ປ່າໄມ້ ປີ2007).

ໃນປີ 1993 ລັກຖະບານແຫ່ງ ສປປ ລາວໄດ້ປະກາດປ່າສະຫງວນແຫ່ງຊາດຈຳນວນ 18 ແຫ່ງ ແລະ ຕໍ່ມາປີ 1995 ເຖິງປີ 2011 ໄດ້ປະກາດຕື່ມອີກ 6 ແຫ່ງ, ລວມທັງໝົດ 24 ແຫ່ງກວມເອົາເນື້ອທີ່ທັງໝົດ 3,768,55, ເຮັກຕາ ຫຼື ເທົ່າກັບ 15.9%, ປ່າສະຫງວນຂອງແຂວງມີ 57 ແຫ່ງ ກວມເນື້ອທີ່ 931,969 ເຮັກຕາ ເທົ່າກັບ 4% ແລະ ປ່າສະຫງວນຂອງເມືອງມີ 144 ແຫ່ງກວມເອົາເນື້ອທີ່ 503,733 ເຮັກຕາເທົ່າກັບ 2%.

2. ບາງຄຳນິຍາມ.

  • ປ່າສະຫງວນ: ແມ່ນປ່າໄມ້ທີ່ໄດ້ກຳຍນົດເພື່ອຈຸດປະສົງນຳໃຊ້ໃນການອະນຸລັກທຳມະຊາດ, ປົກປັກຮັກສາພັນພືດ, ພັນສັດ, ລະບົບນິເວດປ່າໄມ້ ແລະ ສິ່ງຕ່າງໆທີ່ມີຄຸນຄ່າທາງດ້ານທຳມະຊາດ,​ປະຫວັດສາກ, ວັດທະນະທຳ, ການທ່ອງທ່ຽວ,​ສິ່ງແວດລ້ອມ,​ການສຶກສາ ແລະ ຄົ້ນຄ້ວາທົດລອງທາງດ້ານວະທະຍາສາດ.
  • ປ່າສະຫງວນປະກອບດ້ວຍ: ປ່າສະຫງວນແຫ່ງຊາດ, ປ່າສະຫງວນລະດັບແຂວງ, ລະດັບເມືອງ ແລະ ບ້ານ, ເຊິ່ງໄດ້ກຳນົດຳໄວ້ໃນລະບຽບການສະເພາພອົງການອະນຸລັກທຳມະຊາດສາກົນໄດ້ນະຍາມປ່າສະຫງວນດັ່ງນີ້:

–  ແມ່ນເນື້ອທີ່ດິນ ຫຼື້ ພື້ນທີ່ນ້ຳໂດຍສະເພາພເຂດທີ່ໄດ້ກຳນົດໄວ້ເພື່ອປົກປັກຮັກສາ ແລະ ບຳລຸງຮັກສາທຳມະຊາດ ແລະ ຄວາມຫຼາກຫຼາຍທາງຊະວີນາໆພັນທີ່ມີການພົວພັນເຖິງວັດທະນະທຳໂດຍມີການຄຸ້ມຄອງຕາມລະບຽບຫຼັກການ ແລະ ໂດຍວິທີທາງອື່ນທີ່ມີປະສິດທິຜົນ.

–  ການອະນຸລັກຄວາມຫຼາກຫຼາຍດ້ານຊີວະນາໆພັນ: ແມ່ນການຄຸ້ມຄອງ ແລະ ການນຳໃຊ້ສັດ ຫຼື ຕົ້ນໄມ້ຂອງມະນຸດເຮົາ, ເພື່ອຮັບປະກັນການນຳໃຊ້ພືດ, ສັດ ແລະ ລະບົບນິເວດໃຫ້ຍືນຍົງ ແລະ ຮັກສາໄວ້ກ່ຽວກັບການສືບພັນ, ຊະນິດພັນ ແລະ ການປ່ຽນແປງລະບົບນິເວດລວມທັງການບົວລະບັດຮັກສາ, ການປ້ອງກັນ, ການຟື້ນຟູ ແລະ ການເສີມສ້າງສະພາບແວດລ້ອມທຳມະຊາດ.

3. ການຈັດແບ່ງປ່າສະຫງວນ.

ອົງການອະນຸລັກຊັບພະຍາກອນທຳມະຊາດສາກົນ (IUCN) ໄດ້ແບ່ງປ່າສະຫງວນອອກເປັນ 6 ປະເພດດັ່ງນີ້:

–  ປະເພດ I ເຂດສະຫງວນທຳມະຊາດທີ່ເຂັ້ມງວດ.

– ປະເພດ II ອຸທິຍານແຫ່ງຊາດ.

-ປະເພດ III ປ່າສະຫງວນອະນຸສອນທາງທຳມະຊາດ.

-ປະເພດ IV ເຂດຄຸ້ມຄອງຖິ່ນທີ່ຢູ່ອາໃສ ຫຼື ຊະນິດພັນ.

-ປະເພດ V ເຂດສະຫງວນພູມິປະເທດພາກພື້ນດິນ ແລະ ພູມິປະເທດທາງທະເລ.

-ປະເພດ VI ພື້ນທີ່ສະຫງວນຊັບພະຍາກອນທີ່ຖືກຄຸ້ມຄອງ.

4.ຄວາມສຳຄັນຂອງການອະນຸລັກຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ.

ຄວາມຫຼາກຫຼາຍດ້ານຊີວະນາໆພັນ ຫມາຍເຖິງຄວາມຫຼາກຫຼາຍຂອງສິ່ງທີ່ມີຊີວິດຢູ່ບົນຫນ້າ ເຊັ່ນ: ຈຸລິນຊີ, ພືດຂັ້ນຕ່ຳ, ສັດຂະຫນາດນ້ອຍ ແລະ ອື່ນໆອີກ. ທຸກຢ່າງນີ້ແມ່ນຄວາມສຳຄັນຕໍ່ກັບລະບົບນິເວດວິທະຍາເພາະມັນໄດ້ຊ່ວຍໃນການຍ່ອຍສະຫຼາຍມວນຊີວະພາບຕ່າງໆໃຫ້ກາຍເປັນຝຸ່ນຊະສົມໄວ້ໃນດິນເພື່ອໃຫ້ພືດສາມາດເອົາໄປນຳໃຊ້ໄດ້. ດັ່ງນັ້ນ, ມັນຈຶ່ງຈຳເປັນໃນການອະນຸລັກເພື່ອການສຶກສາ ຫຼື ນຳໃຊ້ໃນບາງແນວທາງທີ່ຕ້ອງການ.

5. ສະພາບລວມຂອງສະພາບແວດລ້ອມຂອງການຄຸ້ມຄອງຈັດສັນ.

ນິຍາມ: ສະພາບແວດລ້ອມຂອງການຄຸ້ມຄອງຈັດສັນ ແມ່ນຄຸນລັກສະນະຕົ້ນຕໍອັນໜຶ່ງຂອງນັກຄຸ້ມຄອງທຸກໆຄົນທີ່ປະສົບຜົນສຳເລັດ. ບໍ່ຄວນຫຼົງກັນລະຫວ່າງສະພາບແວດລ້ອມຂອງການຄຸ້ມຄອງຈັດສັນ ແລະ ສະພາບອວດລ້ອມ. ເຊິ່ງມັນມັກຈະເປັນສິ່ງໜ້າລັງກຽດສຳລັບທຸກໆປະເດັນຂອງການອະນຸລັກ. ສະພາບແວດລ້ອມຂອງການຄຸ້ມຄອງຈັດສັນຂອງນັກຄຸ້ມຄອງໄດ້ຖືກນິຍາມດັ່ງນີ້:
-ຂໍ້ກຳນົດທີ່ສົງຜົນສະທ້ອນເຖິງການຕັດສິນໃຈ
-ກາລະໂອກາດສຳລັບການຄຸ້ມຄອງ ເພື່ອດຳເນີນການກັບຈຸດປະສົງສ່ວນຕົວ ແລະ ຂອງອົງການຈັດຕັ້ງ
-ທາງເລືອກທີ່ສາມາດເປັນໄປໄດ້ໃນການແກ້ໄຂບັນຫາ ແລະ ບັນທັດຖານສຳລັບການຄັດເລືອກເອົາທາງເລືອກ

ວຽກງານອະນຸລັກກ່ຽວພັນກັບສາກົນ.

1.ສົນທິສັນຍາວ່າດ້ວຍມໍລະດົກໂລກ.

ສົນທິສັນຍາດັ່ງກ່າວແມ່ນຕ້ອງການເພື່ອການປົກປັກຮັກສາພື້ນທີ່ມໍລະດົກໂລກທາງດ້ານມໍລະດົກໂລກທາງດ້ານວັດທະນາທຳ ແລະ ທາງດ້ານທຳມະຊາດ. ມັນມີຈຸດປະສົງເພື່ອປົກປັກຮັກສາພື້ນທີ່ ທີ່ມີຄວາມໂດດເດັ່ນທາງດ້ານວັດທະນາທຳ ແລະ ທາງທຳມະຊາດ ຫຼື ມີຄຸນຄ່າຮ່ວມກັນໂດຍການອຸປະຖຳຂອງການຮ່ວມມືສາກົນໃນດ້ານການປົກປັກຮັກສາ ທີ່ສຳຄັນດັ່ງກ່າວ.ລັດທະບານລາວໄດ້ເຊັນລົງນາມໃນສົນທິສັນຍາວ່າດ້ວຍມໍລະດົກໂລກໃນປີ 1987.
ອົງການສະຫະປະຊາຊາດເພື່ອການສຶກສາວິທະຍາສາດ ແລະ ວັດທະນາທຳ (UNESCO) ເຊິ່ງແມ່ນອົງການທີ່ຮັບຜິດຊອບ ໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍມໍລະດົກໂລກຫຼວງພະບາງ ແມ່ນເມືອງລະດົກໂລກ( ປີ 1995), ວັດພູຈຳປາສັກກໍແມ່ນເມືອງມໍລະດົກໂລກ( ປີ2005)ແລະ ທົ່ງໄຫຫີນ ແມ່ນໄດ້ນຳສະເໜີອົງການຢູ່ແນດສະໂກ ແລະ ລໍຖ້າການພິຈາລະນາຮັບເອົາເປັນມໍລະດົກໂລກເຊັ່ນກັນ, ນອກນັ້ນລັດທະບານລາວຍັງໄດ້ນຳສະເໜີປ່າສະຫງວນແຫ່ງຊາດຫີນໜາມໜໍ່ເພື່ອເປັນມໍລະດົກໂລກແຫ່ງຊາດ.
ສົນທິສັນຍາທາງດ້ານປະກອບຂອງອົງການສະຫະປະຊາຊາດວ່າດ້ວຍການປຽນແປງດິນຟ້າອາກາດອົງກອນດັ່ງກ່າວອະນຸຍາດສຳລັບການລົງທຶນຢູ່ໃນບັນດາກິດຈະກຳເຊັ່ນວ່າ: ການອະນຸລັກ ແລະ ຟື້ນຟູປ່າໄມ້ເພື່ອແບ່ງເບົາຜົນກະທົບຈາກລະດັບການເພີ່ມຂຶ້ນຈາກອາກາດພິດເຮືອນແກ້ວ ລັດທະຖະບານໄດ້ລົງນາມໃນສົນທິສັນຍາທາງດ້ານກອບຂອງອົງການສະຫະປະຊາຊາດວ່າດ້ວຍການປ່ຽນແປງດິນຟ້າອາກາດໃນປີ 1995.

2.ສົນທີສັນຍາວ່າດ້ວຍການອະນຸລັກຊີວະນາໆພັນ.

          ໃນລະດັບສາກົນ, ລັດຖະບານ ສປປ ລາວໄດ້ລົງນາມເປັນສະມາຊິກຂອງສົນທິສັນຍາວ່າດ້ວຍການອະນຸລັກຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ໃນທ້າຍປີ 1995 ແຕ່ບໍ່ທັນໄດ້ຖືກຮັບຮອງຢ່າງເປັນທາງການໃນການເວລານັ້ນ. ສົນທິສັນຍາສະບັບນິເປັນການສ້າງຂໍຜູກມັດເຊິ່ງກັນ ແລະ ກັນໃນການອະນຸລັກຄວາມຫຼາກຫຼາຍດ້ານຊີວະນາໆພັນ.

ສົນທິສັນຍາສະບັບນີ້ໄດ້ຖືກຮັບຮອງເອົາທີ່ນະຄອນຣິໂອ (Rio) ໃນວັນທີ 5 / 6 / 1992 ມີຜົນບັງຄັບໃຊ້ໃນວັນທີ 29 / 12 / 1993 ສປປ ລາວເຂົ້າເປັນພາຄີໃນວັນທີ່ 19 / 12 / 1996.

ຊີວະນາໆພັນ ໝາຍເຖິງຄວາມຫຼາກຫຼາຍຂອງສິ່ງທີ່ມີຊີວິດທັງໝົດລວມທັງລະບົບນິເວດເທິງໜ້າດິນ, ທະເລ ແລະ ລະບົບນິເວດໃນນ້ຳ ແລະ ການພົວພັນເຊິ່ງກັນ ແລະ ກັນອັນນີ້ລວມເອົາຄວາມຫຼາກຫຼາຍຢູ່ໃນຊະນິດພັນດຽວກັນ ແລະ ລະຫວ່າງຊະນິດພັນ ແລະ ລະບົບນິເວດເອງ.

3.ສົນທິສັນຍາວ່າດ້ວຍການຄ້າຂາຍສັດ ແລະ ພືດທີ່ໃກ້ຈະສູນພັນ(CITES).

ສົນທິສັນຍາສະບັບນີ້ຖືກຮັບຮອງເອົາທີ່ກຸງວໍຊິງຕັນ ວັນທີ 13/3/1973 ແລະ ສົນທິສັນຍາສາກົນນີ້ໄດ້ແກ້ໄຂໃນປີ 1979 ແລະ ສະບັບຊົ່ວຄາວທີ່ ກຸງກາບູຣອນ (Garborone) ໃນວັນທີ 30/4/1983 ພ້ອມດ້ວຍບັນຊີ (1 ແລະ 2 ລົງວັນທີ 16/41995 , ລົງວັນທີ16/11/1995 ) ມີຜົນບັງຄັບໃຊ້ໃນວັນທີ 1/7/1975 ສປປ ລາວເຮົາໄດ້ລົງນາມເປັນພາຄີໃນວັນທີ 30/5/2004 ປະຈຸບັນມີ 199 ປະເທດທີ່ລົງນາມເປັນພາຄີຂອງສົນທິສັນຍາ. ເຊິ່ງບັນດາປິເທດສະມາຊິກພາຄີຂອງສົນທິສັນຍາສະບັບນີ້ແມ່ນເປັນສະພາແຫ່ງການຕໍ່ສູ້ທາງດ້ານການເມືອງກ່ຽວກັບສິດການຄຸ້ມຄອງນຳໃຊ້ສັດ ແລະ ພືດ, ແຕ່ມັນບໍ່ແມ່ນອົງການທາງດ້ານວິຊາການ.

ການອະນຸລັກໃນລາວ.

1. ບັນຫາທີ່ພົບໃນການຄຸ້ມຄອງປ່າສະຫງວນ.

          ກອງປະຊຸມວຽກງານຄຸ້ມຄອງປ່າໄມ້ທົ່ວໄປເທດ 2007 ໄດ້ສະຫຼຸບຕີລາຄາກ່ຽວກັບບັນຫາການຄຸ້ມຄອງປ່າສະຫງວນໃນລາວຄື:

– ເຖິງພວກເຮົາໄດ້ກຳນົດ ແລະ ປະກາດສ້າງຕັ້ງປ່າສະຫງວນແຫ່ງຊາດທັງມົດຈຳນວນ 20 ແຫ່ງບວກກັບເຂດເຊື່ອມຕໍ່ອີກຈຳນວນ 2 ເຂດ ກວມເອົາເນື້ອທີ່ທັງໝົດ 3.4ລ້ານເຮັກຕາ ຫຼື ເທົ່າກັບ 14.3 % ຂອງເນື້ອທີ່ທົ່ວປະເທດ, ແຕ່ວ່າການຈັດສັນຄຸ້ມຄອງປ່າສະຫງວນແຮງຊາດແມ່ນບໍ່ທັນມີປະສິດທິພາບເທົ່າທີຄວນ.

– ທັດສະນະຄວາມຮັບຮູ້ຂອງພະນັກງານ, ທະຫານ, ຕຳຫຼວດ, ປະຊາຊົນບັນດາເຜົ່າຍັງບໍ່ທັນເຊືື່ອມຊຶມ ແລະ ຮັບຮູ້ຄຸນຄ່າການອະນຸລັກຊັບພະຍາກອນປ່າໄມ້, ສັດປ່າ ແລະ ສັດນ້ຳໃນການປົກປັກຮັກສາ ແລະ ນຳໃຊ້ໃນອະນາຄົດແບບຍາວນານ, ເຫັນແຕ່ຄຸນຄ່າທາງດ້ານເສດຖະກິດໃນປະຈຸບັຍເທົ່ານັ້ນ.

– ອຳນາດການປົກຄອງທ້ອງຖິ່ນບໍ່ໄດ້ຖືເອົາການຄຸ້ມຄອງປ່າສະຫງວນເປັນວຽກບູລິມະສິດຂອງແຂວງຍັງມີການອອກອະນຸຍາດຕັດໄມ້ຟູ່ເຂດ່ປາສະຫງວນເພື່ອສ້າງເປັນລາຍຮັບ.

– ພະນັກງານປ່າໄມ້ທີຖືກແຕ່ງຕັ້ງໄປຮັບຜິດຊອບວຽກງານຄຸ້ມຄອງປ່າສະຫງວນແມ່ນຢາກເຮັດ, ສ່ວນຫຼາຍແມ່ນຢາກໄປວັດແທກ ຫຼື ຕີກາໄມ້.

– ປ່າສະຫງວນຫຼາຍແຫ່ງຍັງບໍ່ໄດ້ຕິດປ້າຍໝາຍຂອບເຂດຢ່າງຄົບຖ້ວນໃສ່ຈຸດຫຼໍ່ແຫຼມຊຸຊມຊົນທີ່ອາໄສຢູ່ຢ່າງໜາແໜ້ນ.

2. ຄວາມກົດດັນທີ່ມີຕໍ່ປ່າສະຫງວນແຫ່ງຊາດ.

ປ່າສະຫງວນແຫ່ງຊາດແມ່ນຕົກຢູ່ພາຍໃຕ້ຫຼາກຫຼາຍຄວາມກົດດັນ ເຊິ່ງມີຜົນກະທົບຕໍ່ຄວາມສາມາດຂອງມັນ ເພື່ອບັນລຸຕາມບັນດາເປົ້າໝາຍຂອງພວກມັນຕໍ່ລົງໃນປີນີ້ແມ່ນການສະຫຼຸບຫຍໍ້ບັນດາປັດໄຈສຳຄັນທີ່ເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງບັນດາປ່າສະຫງວນໂດຍມີ ການວິເຄາະແບບຫຍໍ້ໆເຖິງແຫຼ່ງທີ່ມາຂອງມັນ ແລະ ມາດຕະການໃນປັດຈຸບັນ ແລະ ແນວໂນ້ມເພື່ອການຕອບໂຕ້.

3. ເງື່ອນໄຂການກຳຍົດເຂດປ່າສະຫງວນ ແລະ ເຂດອະນຸລັກຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ.

ເລີ່ມແຕ່ປີ 1988 ການຄັດເລືອກພື້ນທີ່ ທີ່ຈະເປັນປ່າສະຫງວນແຫ່ງຊາດແມ່ນແນ່ໃສ່ປ່າທີ່ຕິດກັນເປັນຜືນກ້ວາງໃຫຍ່ ແລະ ຖືກລົບກວນຫນ້ອຍທີ່ສຸດຢູ່ໃນຂອບເຂດທົ່ວປະເທດ ແລະ ໄດ້ກວມເອົາປະມານ 77% ຂອງປ່າທີ່ຍັງດົກໜາືແລະ ຫຼົງເຫຼືອຢູ່ໃນປະເທດລາວ.
ສ່ວນເງື່ອນໄຂອື່ນຂອງການຂັດເລືອກປ່າສະຫງວນ ກໍແມ່ນການສຳຫຼວດກ່ຽວກັບສັດປ່າເຊີງຜ່ານມາໄດ້ມີການດຳເນີນຢູ່ພາກໃຕ້ຂອງລາວ ໄດ້ຢັ້ງຢືນວ່າປະຈຸບັນມີນົກຈຳນວນ 20 ຊະນິດ ແລະ ສັດລ້ຽງລູກດ້ວຍນ້ຳນົມ 14 ຊະນິດ ເຊິ່ງເປັນສັດໃກ້ຈະສູນພັນ ແລະ ມີຄວາມສຳຄັນລະດັບໂລກ.

ຄວາມຮູ້ພື້ນຖານໃນການສ້າງແຜນ.

1. ການວາງແຜນຄຸ້ມຄອງປ່າສະຫງວນ.

          ການວາງແຜນຄຸ້ມຄອງປ່າສະຫງວນແມ່ນການດຳເນີນານຢ່າງມີລະບົບ, ມີຂັ້ນຕອນເພື່ອໃກ້ໄດ້ແຜນຄຸ້ມຄອງປ່າສະຫງວນທີ່ນຳໄປສູ່ຈຸດປະສົງຂອງການຈັດຕັ້ງປ່າສະຫງວນເຊິ່ງແຜນທີ່ໄດ້ກຳນົດຂຶ້ນນັ້ນເປັນພຽງເຄື່ອງມືທີ່ໃຊ້ເປັນແຮວທາງໃນການປະຕິບັດງານທີ່ຜູ້ປະຕິບັດຕ້ອງນຳໄປຈັດຕັ້ງປະຕິບັດອີກຄັ້ງໜຶ່ງ.

          ການວາງແຜນເປັນຂະບວນການທີ່ກ່ຽວກັບການຄາດຄະເນເຫດການລ່ວງໜ້າກ່ອນການກຳເນີນງານເຊິ່ງເປັນການໃຈ້ແຍກຂໍ້ມູນດ້ານຕ່າງໆພາຍໃນປ່າສະຫງວນແລ້ວນຳມາສ້າງແຜນການຄຸ້ມຄອງປ່າສະຫງວນຕາມຈຸດປະສົງຂອງການຄຸ້ມຄອງ.

2. ຂະບວນການວາງແຜນຄຸ້ມຄອງປ່າສະຫງວນ.

          ການວາງແຜນຄຸ້ມຄອງປ່າສະຫງວນແຫ່ງຊາດເປັນວິທີການທີ່ຂ້ອນຂ້າງສັບສົນ ແຕ່ສາມາດສະຫຼຸບເປັນຕອນທົ່ວໆໄປໄດ້ເຊິ່ງສາມາດແບ່ງອອກເປັນ 14 ຂັ້ນຕອນຄື່ດັ່ງລຸ່ມນີ້:

-ຂັ້ນຕອນທີ1: ການກຳນົດທີມງານວາງແຜນ.

-ຂັ້ນຕອນທີ2: ກຳນົດຂັ້ນຕອນ ແລະ ແນວທາງ.

-ຂັ້ນຕອນທີ3: ໝາຍຈຸດທີ່ຕັ້ງເຂດຈັດສັນປ່າ.

-ຂັ້ນຕອນທີ4: ແຕ້ມແຜນວາດທີ່ສະແດງໃຫ້ເຫັນແລວຊາຍແດນ.

-ຂັ້ນຕອນທີ5: ໝາຍຈຸດເຂດແດນຕ່າງ.

-ຂັ້ນຕອນທີ6: ປຶກສາກັບຜູ້ມີຜົນປະໂຫຍດຮ່ວມ.

-ຂັ້ນຕອນທີ7: ຈັດແບ່ງພື້ນທີ່ອອກເປັນເຂດການຄຸ້ມຄອງ.

-ຂັ້ນຕອນທີ8: ກວດສອບຂອບເຂດພື້ນທີ່ປ່າສະຫງວນແຫ່ງຊາດ.

-ຂັ້ນຕອນທີ9: ອອກແບບ ແລະ 3ປຣແກຣມການຄຸ້ມຄອງ.

-ຂັ້ນຕອນທີ10: ກຳນົດແນວທາງການພັດທະນາແບບປະສົມປະສານ.

-ຂັ້ນຕອນທີ11: ຄາດຄະເນການໃຊ້ຈ່າຍ.

-ຂັ້ນຕອນທີ12: ກຽມແຜນສະບັບຮ່າງ ແລະ ສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງອ່ານເພື່ອມີຄຳເຫັນ.

-ຂັ້ນຕອນທີ13: ກຳນົດການຈັດຕັງປະຕິບັດ ແລະ ຈັດລຽງບຸລິມະສິດຄວາມສຳຄັນ.

-ຂັ້ນຕອນທີ14: ກະກຽມ ແລະ ລາຍງານຂັ້ນສຸດທ້າຍ.

3.ການກຳນົດເຂດຄຸ້ມຄອງປ່າສະຫງວນ.

ການກຳນົດເຂດຄຸ້ມຄອງປາສະຫງວນແມ່ນມີຄວາມແຕ່ງຕ່າງໃນແຕ່ລະປະເທດ ເນື່ອງຈາກຈຸດປະສົງການຄຸ້ມຄອງແຕກຕ່າງກັນ ໃນແຕ່ລະປ່າສະຫງວນ, ຄວາມຈິງຂອງພື້ນທີ່ ແລະ ສະພາບເສດຖະກິດສັງຄົມຂອງແຕລະປະເທດ. ການແບ່ງປ່າສະຫງວນອອກເປັນເຂດຕ່າງໆ ຈະອຳນວຍຄວາມສະດວກໃຫ້ແກ່ການຄຸ້ມຄອງ ແລະ ຊົມໃຊ້ຊັບພະຍາກອນໃນເຂດປ່າສະຫງວນສະດວກຂຶ້ນ.

ຄຸ້ມຄອງໂດຍ: ພະແນກຄຸ້ມຄອງປ່າສະຫງວນ

Copyright © 2021 National Protected Areas. All Rights Reserved. Design & Develop by MTS